footer575left5a1c footer575left5a1c1 footer575left5a1c1a footer575left5a1c1a1a1a footer575left5a1c1a1a1a1
banner6
footer575left5a footer575left5a1a footer575left5a1a1a footer575left5a1a1a1 footer575left5a1a1a1a footer575left5a1a1a1a1
flagengland

ການ​ແຂ່ງຂັນຮູບ​ເງົາ​ເລື່ອງສັ້ນ

ມື້ວານ, ມື້​ນີ້, ມື້​ອື່ນ

ການ​ແຂ່ງຂັນ​ຮູບ​ເງົາ​ສັ້ນ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ນີ້ ຈະ​ໄດ້​ຈັດ​ຂື້ນ​ອີກ​ຄັ້ງໜຶ່ງ ​ໃນ​ ລະຫວ່າງ​ ງານ ມະຫະກຳຮູບ​ເງົາ​ສາກົນ ວຽງ​ຈັນ​ນານ ຄັ້ງທີ 2. ຮູບ​ເງົາ​ສັ້ນບາງ​ເລື້ອງ ທີ່​ໄດ້​ຄັດ​ເລືອກ​ຈາກ​ງານ​ວຽງ​ຈັນ​ນານ​ໃນ​ຄັ້ງທີ່​ແລ້ວ ​ໄດ້​ຖືກ​ນຳ​ສະ​ເໜີ​ໃນ ງານ​ມະຫະກຳຮູບ​ເງົາ​ສາກົນ​ອື່ນໆ ​ແລະ ຍັງ​ໄດ້​ຮັບ​ລາງວັນ​ນຳ​ອີກ. ​ໃນ​ງານ​ຄັ້ງນີ້ ມັນ​ອາ​ດຈະ​ເປັນ​ທ່ານ​ບໍ່?

ຮູບ​ເງົາ​ສັ້ນທີ່​ທ່ານ​ສົ່ງ​ມາ ຄວນ​ອີງ​ຕາມ​ຫົວ​ຂໍ້: “ມື້ວານ, ມື້ນີ້, ມື້ອື່ນ”. ທຸກໆ​ຄົນ​ສາມາດ ​ເຂົ້າຮ່ວມ​ການ​ແຂ່ງຂັນ* ບໍ່​ວ່າ​ທ່ານ​ຈະ​ມາ​ຈາກ​ແຫ່ງ​ຫົນ​ໃດ ຫຼື ມີ​ປະສົບ​ການ​ດ້ານ​ການ​ສ້າງ​ຮູບ​ເງົາ​ຫຼື​ບໍ່.  ເລື້ອງ​ທີ່​ໄດ້​ຮັບ​ອະນຸມັດ​ທັງ​ໝົດ ທີ່​ໄດ້​ເຂົ້າຮ່ວມ​ໃນ​ງານ​ວຽງ​ຈັນ​ນານ ຄັ້ງທີ 2 ຈະ​ຖືກ​ຈັດ​ສາຍ​ໃນ​ງານ​ມະຫະກຳ​ນີ້ ຊຶ່ງ​ທ່ານ​ອາດ​ຈະ ​ຊະນະ​ລາງວັນ​ຕ່າງໆ ດັ່ງ​ລຸ່ມ​ນີ້:

ລາງວັນ​ຈາກ​ຄະນະ​ກຳມະການ​ຕັດສິນ:

▪ ລາງວັນ​ທີ 1: 800 ​ໂດ​ລາ​ສະຫະລັດ

▪ ລາງວັນ​ທີ 2: 500 ​ໂດ​ລາ​ສະຫະລັດ

▪ ລາງວັນ​ທີ 3: 200 ​ໂດ​ລາ​ສະຫະລັດ

ພ້ອມ​ທັງ​ມີ ລາງວັນ​ຂັວນ​ໃຈ​ຜູ້​ຊົມ

ຮູບ​ເງົາທັງ​ໝົດ ທີ່​ເຂົ້າ​ແຂ່ງ​ຂັນ​ຊິງ​ລາງວັນ​ປະ​ເພດ​ຮູບ​ເງົາ​ສັ້ນ ຕ້ອງ​ມີ​ເງື່ອນ​ໄຂ​ດັ່ງ​ລຸ່ມ​ນີ້:

1. ຮູບ​ເງົາ​ຕ້ອງ​ບໍ່​ເກີນ 11 ນາທີ (ລວມທັງ​ການສະ​ເໜີ​ຊື່​ເລື້ອງ ​ແລະ ລາຍ​ຊື່​ຜູ້​ມີ​ສ່ວນ​ຮ່ວມ)

2. ຮູບ​ເງົາຕ້ອງ​ອີງ​ຕາມ​ຫົວ​ຂໍ້: “ມື້ວານ, ມື້​ນີ້, ມື້​ອື່ນ”

3. ຜູ້​ສ້າງ​ຮູບ​ເງົາ ຕ້ອງ​ອາ​ໃນ​ຢູ່​ໃນ​ປະ​ເທດ​ລາວ

4. ຮູບ​ເງົາ​ຕ້ອງ​ສົ່ງ​​ເຂົ້າ​ແຂ່ງຂັນ​ໃນ​ແຜ່ນ DVD ​ໂດຍມາ​ພ້ອມ​ທັງ ​ແບບ​ຟອມສະໝັກ​ທາງ​ການ, ຊ້າ​ສຸດ​ບໍ່​ໃຫ້​ກາຍ​ວັນ​ທີ 18 ​ເດືອນ​ມີນາ ປີ 2011. ​ ໃຫ້​ເບິ່ງ​ຫົວ​ຂໍ້ “ຕິດ​ຕໍ່​ພວກ​ເຮົາ” ສຳລັບ​ບ່ອນ​ສົ່ງ.

ໝາຍ​ເຫດ: ທ່ານ​ສາມາດ​ສົ່ງ​ຮູບ​ເງົາ​ສັ້ນ ​ເຂົ້າ​ແຂ່ງຂັນ ​ໃນ​ປະ​ເພດ​ການ​ແຂ່ງຂັນ​ຮູບ​ເງົາ​ທົ່ວ​ໄປ ​ເຖິງ​ແມ່ນ​ວ່າ ມັນ​ບໍ່​ຖືກ​ຕາມ​ເງື່ອນ​ໄຂ​ຂ້າງ​ເທິງ​ນັ້ນກໍ່ຕາມ, ​ແຕ່​ວ່າ​ທ່ານ​ຈະ​ບໍ່​ສາມາດ​ໄດ້​ຮັບ​ລາງ ວັນ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ.

ທ່ານ​ສາມາດ​ດາວ​ໂລດ​ແບບ​​ຟອມສະໝັກ​ໄດ້​ທີ່​ນີ້: ພາສາ​ລາວ

ຫົວ​ຂໍ້​ຂອງ​ການ​ແຂ່ງຂັນ ສາມາດ​​ແປ​ຄວາມ​ໝາຍ​​ເປັນ​ໄດ້​ຫຼາຍ​ທາງ​ ຕາມ​ທີ່​ທ່ານ​ຕ້ອງການ, ສະນັ້ນ ຈົ່ງ​​ເປັນ​ຄົນ​ສ້າງສັນ​ໃນ​ການ​ສ້າງ​ຮູບ​ເງົາ​ຂອງ​ທ່ານ ​ແລະ ຂໍ​ໃຫ້​ທ່ານ​ໂຊກ​ດີ!!!!

 

* ຄະນະ​ກຳມະ​ການຈັດ​ງານ​ວຽງຈັນ​ນານ ຂໍ​ສະ​ຫວງ​ນສິດ ​ໃນ​ການ​ຍົກ​ເລີກ​ຮູບ​ເງົາ​ເລື້ອງ​ໃດ​ໜຶ່ງ ຖ້າ​ເຫັນ​ວ່າ ຮູບ​ເງົາ​ນັ້ນ ບໍ່​ຕອບ​ສະໜອງ​ຕາມ​ມາດ​ຕະຖານ​ຂ້າງ​ເທິງ​ນັ້ນ ຫຼື ​ເຫັນ​ວ່າ​ເນື້ອ​ໃນ​ບໍ່​ເໝາະ​ສົມ.

ສົ່ງຮູບເງົາປະເພດທົ່ວໄປ
ການ​ແຂ່ງຂັນຮູບ​ເງົາ​ເລື່ອງສັ້ນ
ການ​ແຂ່ງຂັນຮູບ​ເງົາປະ
ສະໜັບສະ​ໜູນ​ໂດຍ
Germanembassy
goethelogogruentif
euroflag USEmbassy BFL Swissembassy institutefrancais
dvvinternationalLogo
laotelecom UNlogoblueRGB1Mb Singaporelogo AustralianEmbassyVientiane1 Beerlaonewlogo DAAD1
ພາ​ຍ​ໃຕ້​ການ​ຮ່ວມ​ມື​ກັບ
Ministerium fAr Information und Kultur logolbf2 Padetclogo1 BDGLOGOSPOT1
ສ້າງໂດຍ:    -
ສົ່ງຮູບເງົາປະເພດທົ່ວໄປ ການ​ແຂ່ງຂັນຮູບ​ເງົາ​ເລື່ອງສັ້ນ ການ​ແຂ່ງຂັນຮູບ​ເງົາປະ und1logo180a