footer575left5a1c footer575left5a1c1 footer575left5a1c1a footer575left5a1c1a1a1a footer575left5a1c1a1a1a1
banner6
footer575left5a footer575left5a1a footer575left5a1a1a footer575left5a1a1a1 footer575left5a1a1a1a footer575left5a1a1a1a1
flagengland

ຂໍສະແດງຄວາມຍີນດີກັບ ຜູູ້ຈັດທຳຮູບເຫົງາທຸກໆທ່ານ ທີ່ໄດ້ນຳຜົນງານເລື່ອງສັ້ນ 28 ເລື່ອງ ເຂົ້າຮ່ວມປະກວດໃນງານວຽງຈັນນານໃນຄັ້ງນີ້.

 

ສຳລັບການຕັດສີນລາງວັນວຽງຈັນນານ ແມ່ນການຕັດສີນຈາກກຳມະການອິສະຫຼະ 5 ທ່ານ ເຊີ່ງລາງວັນຊະນະເລີດໄດ້ແກ່*:

ລາງວັນທີ 1 ສຳລັບລັບຮູບເຫົງາເລື່ອງສັ້ນ ($US800):

The Calendar -  ທ້າວ ທານາວໍລາກິດ ກູນທາວາພິນໂຢ

ລາງວັນທີ 2 ສຳລັບລັບຮູບເຫົງາເລື່ອງສັ້ນ ($US500):

So Long Island - ທຶວອນ ເມືອງຫານ,  ຈົງຄໍາ ພອນແກ້ວ, ວຶລະກອນ ພະຈັນທະວົງ & ອາເລັກຊີ ບີຊາ

ລາງວັນທີ 3 ສຳລັບລັບຮູບເຫົງາເລື່ອງສັ້ນ ($US200):

ວັນຫນຶ່ງຂອງສົມປອງ - ທ. ສົມປອງ ສີຫາລາດ

 

ຮູບເຫົງາເລື່ອງສັ້ນທີ່ຖືກແນະນຳຈາກທາງຄະນະກຳມະການຫຼາຍທີ່ສຸດ ລວມມີ:

ວັນແຫ່ງການປ່ຽນແປງ -

ເວລາບໍ່ເຄີຍຫວນກັບ -

ນົກນ້ອຍຈາກປູ່ -

The Memory -

 

ຜູ້ຊະນະເລີດລາງວັນ ລາງວັນ​ຜູ້​ຊົມ​ຍອດ​ນິຍົມ:

The Memory -

 

ຜູ້ຊະນະເລີດລາງວັນ  ລາງວັນ​ຊະນະ​ເລີດ:

Rocket to the Future - Jonas Broom

 

ອົງການສະຫະປະຊາຊາດ ປະຈໍາ ສປປ ລາວຂໍມອບລາງວັນໃຫແ້ກ່ຜູ້ສາ້ງຮູບເງົາເລ່ືອງ  ທາ້ ວ ທານາວໍລາກດິ ກນູ ທາວາພິນໂຢໃນຖານະເປັນຜູ້ໄດ້ຮັບລາງວັນຊະນະເລີດນັກສ້າງຮູບເງົາໄວຫນຸ່ມຂອງອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໃນການແຂງ່ ຂັນຮບູ ເງົາເລື່ອງສັ້ນໃນງານບຸນມະໂຫລານຮູບເງົາວຽງຈັນນານ ຄັ້ງທີ 2.

 

ສະຖານທູດ​​ແຫ່ງສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ​ ປະຈໍາ ສປປ ລາວ ຂໍ​ມອບ​ລາງວັນ​ໃຫ້​ແກ່ຜູ້​ສ້າງ​ຮູບ​ເງົາ​ເລື່ອງ:

ຊ່ວຍກັນເນາະ -

ມື້ວານຄືອະດິດສ່ວນມື້ນີ້ຄືອານະຄົດ -

So Long Island - ທຶວອນ ເມືອງຫານ,  ຈົງຄໍາ ພອນແກ້ວ, ວຶລະກອນ ພະຈັນທະວົງ & ອາເລັກຊີ ບີຊາ

From Banana Leaves to Plastic Bags -

ລາງວັນ​ພິ​ເສດ​ດ້ານສິ່ງ​ແວດ​ລ້ອມນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ແຂ່ງຂັນ​ຮູບ​ເງົາ​ເລື່ອງ​ສັ້ນ​ ໃນ​ງານ​ບຸນມະ​ໂຫລານ​ຮູບ​ເງົາ​ວຽງ​ຈັນນານ ​ຄັ້ງ​ທີ 2. ເຊິ່ງ​ເປັນ​​​ການ​ຊົມ​ເຊີຍ​​ການ​ປູກຈິດສຳນຶກ​ດ້ານ​ສິ່ງ​ແວດ​ລ້ອມ​ທີ່​ພົ້ນ​ເດັ່ນ​ ແລະເພື່ອສົ່ງເສີມໃຫ້ມີການ​ການ​ສືບ​ຕໍ່​ສາຍຮູບ​ເງົາ​ຂອງ​ທ່ານ​ໃຫ້​ແກ່​ຜູ້​ຊົມ​ໄດ້​ຮັບ​ຮູ້​ໃນ​ວົງ​ກວ້າງ​ ເຊິ່ງຈະໄດ້ຮັບການ​ສະໜັບສະໜູນຈາກ​ສະຖານ​ເອກ​ອັກຂະ​ລັດຖະທູດ​ ແຫ່ງສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ.

 

ສະຖານທູດ​​ ແຫ່ງສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ​ ປະຈໍາ ສປປ ລາວ ຂໍ​ມອບ​ລາງວັນ​ໃຫ້​ແກ່ຜູ້​ສ້າງ​ຮູບ​ເງົາ​ເລື່ອງ

ນ. ພັນລານີ ພີິມມະເສນ - ມື້ວານຄືອະດິດສ່ວນມື້ນີ້ຄືອານະຄົດ

ລາງວັນ​ພິ​ເສດ​ດ້ານຄວາມ​ຄິດ​ສ້າງສັນ ກ່ຽວກັບ ສິ່ງ​ແວດ​ລ້ອມ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ແຂ່ງຂັນ​ຮູບ​ເງົາ​ເລື່ອງ​ສັ້ນ​ໃນ​ງານ​ບຸນມະ​ໂຫລານ​ຮູບ​ເງົາ​ວຽງ​ຈັນນານ ​ຄັ້ງ​ທີ 2. ລາງວັນ​ນີ້​ເປັນ​​ເປັນ​ການ​ຊົມ​ເຊີຍ​ດ້ານ​​ແນວ​ຄິດ​ສ້າງສັນ, ​ແລະ ​ເນື້ອ​ຫາ​ທີ່​ມີ​ອິດ​ທິພົນຈາກບົດຮູບ​ເງົາ​ຂອງ​ທ່ານ​ທີ່ໄດ້​ເນັ້ນ​ໃຫ້​ເຫັນ​ເຖິ່ງບັນຫາ​ທີ່​ພົວພັນ​ເຖິ່ງໝົດທຸກຄົນ ​ແລະ ພ້ອມກັບເງີນລາງວັນ ອິກ $US100 .

 

*ຄະນະກຳມະການຕັດສິນ:

ທ. ອານຸສອນ ວົງພຣະຈັນ

ນ. ດາຣາ ກັນລະຍາ-ວິຣະວົງ

ນ. ດອກເກດ

ນ. ອີວາ ນິດໂສນັນ

ນ. ຣັດເຊວ ໂອບຣິນ

ທ. ວິທູນ ຊັນດາ

 

--------------------------------------------------------------------------------------------------------------------------------------------------------------------------------------------------------------------------

ສະບາຍດີ ​ແລະ ຍິນ​ດີ​ຕ້ອນຮັບ​ສູ່ ງານ​ມະຫະກຳຮູບ​ເງົາ​ສາກົນ​ ວຽງ​ຈັນ​ນານ ຄັ້ງທີ 2

​ທ່ານ​ເອງ. ງານ​ມະຫະກຳ​ທີ່​ຈັດ​ຂື້ນ​ໂດຍ​ຊຸມ​ຊົນ​ນີ້ ຈະ​ກາຍ​ເປັນ​ເຫດ​ການທາງ​ວັດທະນາ​ທຳ ທີ່​ບໍ່​ອາດ​ລືມ​ໄດ້ ຊຶ່ງ​ມັນ​ຈະ​ສາຍຮູບ​ເງົາ​ຕ່າງໆ ​ໃນ​ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ ທີ່​ສ້າງ​ໂດຍ​ຜູ້​ສ້າງ​ຮູບ​ເງົາ​ທີ່​ມີ​ຝີ​ມື ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ການ​ສ້າງ​ຮູບ​ເງົາ ​ທີ່​ມີ​ການ​ປະສົມ​ປະສານ​ກັບສາກົນ.

ງານ​ມະຫະກຳ​ວຽງ​ຈັນ​ນານ​ຄັ້ງທີ 2 ນີ້ ຈະ​ສືບ​ຕໍ່​ຈາກ ຜົນສຳ​ເລັດອັນ​ລົ້ນ​ເຫຼືອ ຂອງ​ງານ​ເປີດ​ຕົວ​ຄັ້ງທຳ​ອິດ ທີ່​ໄດ້​ຈັດ​ຂື້ນ​ໃນ​ເດືອນ​ພຶດສະພາ ປີ 2009. ງານ​ມະຫະກຳ​ທີ່​ບໍ່​ໄດ້​ເສຍ​ຄ່າ​ເຂົ້າຊົມ​ນີ້ ມີ​ຈຸດປະສົງ​ບໍ່​ພຽງ​ແຕ່ ສ້າງ​ຄວາມ​ມ່ວນ​ຊື່ນ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຈຸດປະສົງ​ເພື່ອ ສື່ສານ​ກັບ​ຜູ້​ເຂົ້າຊົມ ກ່ຽວ​ກັບ ຄວາມ​ຮັ່ງມີ​ຜາ​ສຸກ ​ແລະ ຄວາມ​ຫຼາກ​ຫຼາຍ​ດ້ານ ວັດທະນາ​ທຳ​ຂອງ​ຮູບ​ເງົາ​ລາວ ​ໂດຍ​ການ​ນຳ​ສະ​ເໜີ ບັນດາ​ຮູບ​ເງົາ​ທີ່​ມີ​ຈຸດ​ເດັ່ນ, ບັນດາ​ສາລະ​ຄະດີ, ບັນດາ​ຮູບ​ເງົາ​ສຳລັບ​ເດັກ, ມິ​ວສິກ​ວີ​ດີ​ໂອ ​ແລະ ຮູບ​ເງົາ​ສັ້ນ. ບັນດາ​ກິດ​ຈະ​ກຳ​ເສີມ​ຕ່າງໆ ຈະ​ປະກອບ​ດ້ວຍ ການຈັດ​ສຳ​ມະ​ນາ ກ່ຽວ​ກັບ​ ການ​ສ້າງ​ຮູບ​ເງົາ ​ແລະ ​ແນ່ນອນ​ວ່າ ຕ້ອງ​ມີ​ງານ​ລ້ຽງ​ຮັບຮອງ​ງານ​ມະຫະກຳ​ນີ້.

ຈຸດ​ເດັ່ນ​ຂອງ​ງານ​ວຽງ​ຈັນ​ນານ​ຄັ້ງທີ 1 ​ແມ່ນ​ການ​ແຂ່ງຂັນ​ຮູບ​ເງົາ​ສັ້ນ ພາຍ​ໃຕ້​ຫົວ​ຂໍ້ “ປະ​ເທດ​ລາວ - ​ເປັນ​ປະ​ເທດ​ຜາ​ສຸກ” ຊຶ່ງ​ມີ​ຮູບ​ເງົາ​ສັ້ນທີ່​ລ້ວນ​ແລ້ວ​​ແຕ່​ມີ​ຄຸນ​ນະພາ​ບສູງ ຫຼາຍ​ກວ່າ 20 ​ເລື້ອງ ​​ໄດ້​ເຂົ້າຮ່ວມ. ​ໃນ​ນັ້ນ, ໜຶ່ງ​ໃນ​ຮູບ​ເງົາ​ສັ້ນ​ເລົ່າ​ນີ້ ທີ່​ມີ​ຊື່​ເລື້ອງ​ວ່າ "​ແມ່ນ້ຳຂອງ​ຂ້ອຍ" ສ້າງ​ໂດຍ ສັນທະ​ວີ ​ໂພນ​ວິ​ໄຊ ​ໄດ້​ສົ່ງ​ເຂົ້າປະ​ກວດ​ໃນ​ງານ​ມະຫະກຳຮູບ​ເງົາ​ສາກົນ ບາ​ຫຼີນານ (​ໃນ​ປີ 2009) ​ໃນ​ເກາະ​ບາ​ຫຼີ, ປະ​ເທດ​ອິນ​ໂດ​ເນ​ເຊຍ ​ແລະ ​ໄດ້​ຮັບ​ລາງວັນ​ທີ 3! ນອກຈາກ​ນັ້ນ ຍັງ​ມີ​ຮູບ​ເງົາ​ສັ້ນອີກ 4 ​ເລື້ອງ ທີ່​ຈະ​ນຳ​ໄປ​ສາຍ​ໃນ​ງານ Cologne Off 2011 (ງານ Videoart ສາກົນ). ​ໂດຍ​ສືບ​ຕໍ່​ຈາກ​ຜົນສຳ​ເລັດ​ນີ້, ພວກ​ເຮົາ​ຈະ​ສືບ​ຕໍ່ ການ​ແຂ່ງຂັນ​ປະ​ກວດ​ຮູ​ບ​ເງົາ​ສັ້ນ ​ໃນ​ງານ​ວຽງຈັນ​ນານ​ຄັ້ງທີ 2 ນີ້ ພາຍ​ໃຕ້​ຫົວ​ຂໍ້: "ມື້ວານ, ມື້​ນີ້, ມື້​ອື່ນ".

ນອກ​ຈາກ​ນີ້, ຍັງ​ຈະ​ມີ​ການ​ແຂ່ງຂັນ​ອັນ​ໃໝ່ ​ແລະ ໜ້າ​ຕື່ນ​ເຕັ້ນ ​ໃນ​ງານ​ວຽງ​ຈັນ​ນານ​ຄັ້ງທີ 2 ນີ້ ​ໂດຍ​ມີ​ເປົ້າໝາຍ​ໃສ່​ຄົນ​ໄວ​ໜຸ່ມ. ລາງວັນ​ດາວ​ລຸ້ງ ຈະ​ໄດ້​ມອບ​ເປັນ​ລາງວັນ​ໃຫ້​ແກ່ ຮູບ​ເງົາ​ສັ້ນທີ່​ດີ​ທີ່​ສຸດ ທີ່​ສ້າງ​ໂດຍ​ໄວ​ໜຸ່ມ ​ແລະ ສ້າງ​ຈາກ ​ໂທລະສັບ​ມື​ຖື​ຂອງ​ພວກ​ເຂົາ ພາຍ​ໃຕ້​ຫົວ​ຂໍ້ "ພວກ​ເຮົາ​ແມ່ນ​ອະນາຄົດ!"

ການ​ແຂ່ງຂັນ​ທັງ​ໝົດ ​ແມ່ນ​ເປີດ​ໃຫ້​ທຸກໆ​ຄົນ ສາມາດ​ສະໝັກ​ໄດ້. ສະນັ້ນ ຖ້າວ່າ​ທ່ານ​ເປັນ​ມື​ອາຊີບ ຫຼື ຜູ້​ທີ່​ມີ​ເລື້ອງ​ລາວ​ຈະ​ບອກ​ເລົ່າ, ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຈະ​ບໍ່​ເຂົ້າຮ່ວມ!

ພວກ​ເຮົາ​ທັງ​ໝົດ ຫັວງຢ່າງ​ຍິ່ງ​ວ່າ ທ່ານ​ຈະ​ເຂົ້າຮ່ວມ​ງານ​ມະຫະກຳຮູບ​ເງົາ​ສາກົນ ວຽງ​ຈັນ​ນານ ຄັ້ງທີ 2 ນີ້.

​ໂຊກ​ດີ!​​ເອກ, ດິ້ງ, ​ຟັນ​ນີ້​, ​ເຮ​ເລນ, ​ໄອ​ວິນ, ຈ໋ອກ, ລີ ​ແລະ ສີ​ມອນ.

ສະໜັບສະ​ໜູນ​ໂດຍ
Germanembassy
goethelogogruentif
euroflag USEmbassy BFL institutefrancais
Swissembassy
dvvinternationalLogo
laotelecom UNlogoblueRGB1Mb Singaporelogo AustralianEmbassyVientiane1 Beerlaonewlogo DAAD1
ພາ​ຍ​ໃຕ້​ການ​ຮ່ວມ​ມື​ກັບ
Ministerium fAr Information und Kultur logolbf2 Padetclogo1 BDGLOGOSPOT1
ສ້າງໂດຍ:    -
und1logo180a