footer575left5a1c footer575left5a1c1 footer575left5a1c1a footer575left5a1c1a1a1a footer575left5a1c1a1a1a1
banner6
footer575left5a footer575left5a1a footer575left5a1a1a footer575left5a1a1a1 footer575left5a1a1a1a footer575left5a1a1a1a1
flagengland

ການ​ແຂ່ງຂັນຮູບ​ເງົາປະ​ເພດ ດາວ​ລຸ້ງ

 

ພວກ​ເຮົາ​ຄືອະນາຄົດ

ທ່ານ​ມີ​ໂທລະ​ສັບມື​ຖື​ບໍ່? ທ່ານ​ມີ​ເລື້ອງ​ທີ່​ຈະ​ບອກ​ເລົ່າ​ບໍ່?

ທ່ານ​ມີ​ອາຍຸ​ຕຳ່າກ່ວາ 16 ປີ​ບໍ່?

ຖ້າທ່ານ​ມີ​ເງື່ອນ​ໄຂ​ທັງ 3 ຂ້າງ​ເທິງ​ນັ້ນ, ທ່ານ​ອາດ​ຈະ​ເຂົ້າຮ່ວມ​ໃນ​ການ​ແຂ່ງຂັນ​ອັນ​ໃໝ່ ​ແລະ ໜ້າ​ຕື່ນ​ເຕັ້ນຂອງ​ພວກ​ເຮົາ. ການ​ແຂ່ງຂັນ​ນີ້ ຈະ​ເປີດ​ໂອກາດ​ໃຫ້ ຜູ້​ສ້າງ​ຮູບ​ເງົາ​ໄວ​ໜຸ່ມ​ ​ເພື່ອ​ສະ​ແດງ​ໃຫ້​ທຸກໆ​ຄົນ​ເຫັນ​ເຖິງ ພອນ​ສະຫວັນ​ຂອງ​ທ່ານ ບໍ່​ວ່າ​ທ່ານ​ຈະ​ມາ​ຈາກ​ແຫ່ງ​ຫົນ​ໃດ ຫຼື ມີ​ປະສົບ​ການ​ດ້ານ​ການ​ສ້າງ​ຮູບ​ເງົາ​ຫຼື​ບໍ່.

​ເລື້ອງ​ທີ່​ທ່ານ​ສົ່ງ​ເຂົ້າ​ແຂ່ງຂັນ ​ແມ່ນ​ເລື້ອງ​ທີ່​ຖ່າຍ​ຈາກ ​ໂທລະສັບ​ມື​ຖື ​ແລະ ພາຍ​ໃຕ້​ຫົວ​ຂໍ້: “ພວກ​ເຮົາ​ຄື​ອະນາຄົດ”. ​ເລື້ອງ​ທີ່​ໄດ້​ຮັບ​ອະນຸມັດ​ທັງ​ໝົດ ຈະ​ຖືກ​ຈັດ​ສາຍ​ໃນ​ງານ​ມະຫະກຳ​ນີ້ ຊຶ່ງ​ທ່ານ​ຈະ​ມີ​ໂອກາດ​ຊະນະ​ລາງວັນ​ຫຼາກ​ຫຼາຍ ​ເຊັ່ນ​ວ່າ ​ໂທລະສັບ​ມື​ຖື, ​ເຄື່ອງ​​ຟັງ​ເພງ​ດີ​ຈີ​ຕອລ, ປື້​ມ ​ແລະ ອື່ນໆ​ອີກ​.

​ຮູບ​ເງົາ​ທີ່​ທ່ານ​ຈະ​ສົ່ງ​ເຂົ້າມານັ້ນ ຕ້ອງ​ມີ​ເງື່ອນ​ໄຂ​ດັ່ງ​ລຸ່ມ​ນີ້*:

1. ຮູບ​ເງົາ​ຕ້ອງ​ບໍ່​ເກີນ 2 ນາທີ (ລວມທັງ​ການສະ​ເໜີ​ຊື່​ເລື້ອງ ​ແລະ ລາຍ​ຊື່​ຜູ້​ມີ​ສ່ວນ​ຮ່ວມ)

2. ຮູບ​ເງົາຕ້ອງ​ອີງ​ຕາມ​ຫົວ​ຂໍ້: “ພວກ​ເຮົາ​ຄື​ອະນາຄົດ!”

3. ຮູບ​ເງົາຕ້ອງ​ຖ່າຍ​ຈາກ​ໂທລະສັບ​ມື​ຖື

4. ຜູ້​ສ້າງ​ຮູບ​ເງົາ ຕ້ອງ​ອາ​ໃນ​ຢູ່​ໃນ​ປະ​ເທດ​ລາວ

5. ຜູ້​ສ້າງ​ຮູບ​ເງົາ ຕ້ອງ​ມີ​ອາຍຸຕຳ່ກ່ວາ 16 ປີ

6. ຮູບ​ເງົາ​ຕ້ອງ​ສົ່ງ​​ເຂົ້າ​ແຂ່ງຂັນ​ໃນ​ແຜ່ນ DVD ​ໂດຍມາ​ພ້ອມ​ທັງ ​ແບບ​ຟອມສະໝັກ​ທາງ​ການ, ຊ້າ​ສຸດ​ບໍ່​ໃຫ້​ກາຍ​ວັນ​ທີ 18 ​ເດືອນ​ມີນາ ປີ 2011. ​ ໃຫ້​ເບິ່ງ​ຫົວ​ຂໍ້ “ຕິດ​ຕໍ່​ພວກ​ເຮົາ” ສຳລັບ​ບ່ອນ​ສົ່ງ.

ທ່ານ​ສາມາດ​ດາວ​ໂລດ​ແບບ​​ຟອມສະໝັກ​ໄດ້​ທີ່​ນີ້: ພາສາ​ລາວ

ຫົວ​ຂໍ້​ຂອງ​ການ​ແຂ່ງຂັນ ສາມາດ​​ແປ​ຄວາມ​ໝາຍ​​ເປັນ​ໄດ້​ຫຼາຍ​ທາງ​ຕາມ​ທີ່​ທ່ານ​ເລືອກ, ສະນັ້ນ ຈົ່ງ​​ເປັນ​ຄົນ​ສ້າງສັນ!

ຖ້າ​ທ່ານ​ຄິດ​ວ່າ ທ່ານ​ບໍ່​ສາມາດ​ສ້າງ​ຮູບ​ເງົາ​ທີ່​ດີ​ໄດ້ ຈາກ​ໂທລະສັບ​ມື​ຖື, ທ່ານ​ສາມາດ​ຫາ​ເບິ່ງ​ຮູບ​ເງົາ​ເລົ່າ​ນີ້​ໄດ້ ຊຶ່ງ​ລ້ວນ​ແລ້ວ​ແຕ່​ໄດ້​ຊະນະ​ລາງວັນ​ມາ​ແລ້ວ

*ຕ້ອງ​ຮັບປະກັນ​ວ່າ ຕົວ​ທ່ານ​ເອງ​ໄດ້​ຮັບ​ອະນຸຍາດ​ຈາກ​ຜູ້​ປົກຄອງ ກ່ອນ​ເຂົ້າຮ່ວມ​ການ​ແຂ່ງຂັນ. ຄະນະ​ກຳມະ​ການຈັດ​ງານ​ວຽງ ຈັນ​ນານ ຂໍ​ສະ​ຫວງ​ນສິດ ​ໃນ​ການ​ຍົກ​ເລີກ​ຮູບ​ເງົາ​ເລື້ອງ​ໃດ​ໜຶ່ງ ຖ້າ​ເຫັນ​ວ່າ ຮູບ​ເງົາ​ນັ້ນ ບໍ່​ຕອບ​ສະໜອງ​ຕາມ​ມາດ​ຕະຖານ​ຂ້າງ​ເທິງ​ນັ້ນ ຫຼື ບໍ່​ໄດ້​ຮັບ​ອະນຸຍາດ​ຢ່າງ​ຖືກຕ້ອງ.

ສົ່ງຮູບເງົາປະເພດທົ່ວໄປ
ການ​ແຂ່ງຂັນຮູບ​ເງົາ​ເລື່ອງສັ້ນ
ການ​ແຂ່ງຂັນຮູບ​ເງົາປະ
ສະໜັບສະ​ໜູນ​ໂດຍ
Germanembassy
goethelogogruentif
euroflag USEmbassy BFL Swissembassy institutefrancais
dvvinternationalLogo
laotelecom UNlogoblueRGB1Mb Singaporelogo AustralianEmbassyVientiane1 Beerlaonewlogo DAAD1
ພາ​ຍ​ໃຕ້​ການ​ຮ່ວມ​ມື​ກັບ
Ministerium fAr Information und Kultur logolbf2 Padetclogo1 BDGLOGOSPOT1
ສ້າງໂດຍ:    -
ສົ່ງຮູບເງົາປະເພດທົ່ວໄປ ການ​ແຂ່ງຂັນຮູບ​ເງົາ​ເລື່ອງສັ້ນ ການ​ແຂ່ງຂັນຮູບ​ເງົາປະ und1logo180a