footer575left5a1c footer575left5a1c1 footer575left5a1c1a footer575left5a1c1a1a1a footer575left5a1c1a1a1a1
banner6
footer575left5a footer575left5a1a footer575left5a1a1a footer575left5a1a1a1 footer575left5a1a1a1a footer575left5a1a1a1a1
flagengland

ຖະ​ແຫຼ​ງການ

ງານ​ວຽງ​ຈັນ​ນານ ຈະ​ເປີດ​ໂອກາດ​ໃກ້​ແກ່ບັນດາ​ຜູ້​ສ້າງ​ຮູບ​ເງົາ ​ເພື່ອ​ສະ​ແດງ​ຄວາມ​ຮູ້ສຶກ, ຄວາມ​ເຂົ້າ​ໃຈ ​ແລະ ປະສົບ​ການ​ ກ່ຽວ​ກັບ ສັງຄົມ ​ແລະ ສະພາບ​ແວດ​ລ້ອມ​ ຈາກ​ທັດສະນະ​ຂອງ​ຄົນ​ລາວ. ​ງານ​ມະຫະກຳ​ນີ້ ຈະ​ເປັນ​ພາຫະນະ​ອັນ​ໜຶ່ງ ສຳລັບ​ ຜູ້​ສ້າງ​ຮູບ​ເງົາ​ຄົນ​ລາວ ​ເພື່ອ​ສ່ົງ​ເສີມ ຕົ້ນກຳ​ເນີ​ດ ​ແລະ ວັດທະນາ​ທຳ​ຂອງ​ຮູບ​ເງົາ​ຂອງ​​ເຂົາເຈົ້າ. ພ້ອມ​ດຽວ​ກັນນັ້ນ ຍັງ​ເປັນການ​ສົ່ງ​ເສີມ ການ​ພັດທະນາ​ ອຸດ​ສະຫະ​ກຳ​ຮູູບ​ເງົາ​ລາວ ​ໃຫ້​ມີ​ຊື່​ສຽງ, ​ແລະ ສ້າງ​ຮູ​ບ​ເງົາ​ຂອງ​ພວກ​ເຂົາ ຜ່ານ​ທາງ​ສາຍຕາ​ຂອງ​​ເຂົາເຈົ້າ​ເອງ.

ການ​ສຶກສາ​ຂອງ​ຄົນ​ລາວ, ​ໂດຍ​ສະ​ເພາະ​ແມ່ນ​ໄວ​ໜຸ່ມ, ​ແມ່ນ​ມີ​ຄວາມ​ສຳຄັນ​ອັນ​ມະຫາສານ ຕໍ່​ກັບ​ການ​ພັດ ທະນາ​ວັດທະນາ​ທຳ​ຮູບ​ເງົາ​ໃນ​ປະ​ເທດ. ງານ​ມະຫະກຳ​ນີ້ ສາມາດ​ເປັນ​ພື້ນຖານ​ ​ເພື່ອ​ຂະຫຍາຍ​ການ​ເຜີຍ​ແຜ່ ຄວາມ​ຫຼາກ​ຫຼາຍ ​ແລະ ລັກສະນະ​ຂອງຮູບ​ເງົາ​ທ້ອງ​ຖິ່ນກໍ່​ຄື​ຮູບ​ເງົາ​ສາກົນ ອອກ​ສູ່​ສາຍຕາ​ສາທາລະນະ​ຊົນ. ນອກຈາກ​ນີ້, ດັ່ງ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນງານ​ວຽງ​ຈັນ​ນານ​ຄັ້ງທີ 1, ງານ​ມະຫາກຳ​ນີ້ ​ຈະ​ເປີດ​ໂອ​ກາດ​ໃຫ້ ບັນດາ​ຜູ້​ສ້າງ​ຮູບ​ເງົາ ​ໄດ້​ສົນທະນາ​ກັນ​ຢ່າງ​ເປີດ​ກວ້າງ, ສ້າງ​ຕາໜ່າງ ​ແລະ ການ​ຮ່ວມ​ມື​ຂອງ​ພວກ​ເຂົາ. ຈາກ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ອັນ​ນີ້, ມັນ​ສາມາດ​ນຳ​ໄປ​ສູ່ ການ​ສ້າງສັນ​ແບບ​​ເອກະ​ລາດ ທີ່​ເພີ້​ມຂື້ນ​ເລື້ອຍໆ, ​ແລະ ອາດ​ນຳ​ໄປ​ສູ່​ການ​ແຂ່ງ​ຂັນ​ດ້ານ​ສື່ສານ​ມວນ​ຊົນ ​ໃນ​ຕະຫຼາດ​ທີ່​ມີ​ການ​ແຂ່ງຂັນ​ກັນ.

ນອກຈາກ​ນີ້​ແລ້ວ, ຈຸດ​ດີ​ຂອງ​ງານ​ວຽງ​ຈັນ​ນານ ຍັງ​ແມ່ນ​ການ​​ເຜີຍ​ແຜ່ຮູບ​ເງົາ ​ແລະ ຜູ້​ສ້າງ​ຮູບ​ເງົາ ຈາກບັນດາ​ປະ​ເທດ​ອື່ນ​ໆ. ​ເນື່ອງ​ຈາກ​ວ່າ ວັດທະນາ​ທຳ​ຮູບ​ເງົາ​ຂອງ​ບາງ​ປະ​ເທດ​ເພື່ອ​ບ້ານ​ ​ແມ່ນ​ມີ​ຄວາມ​ອຸດົມ​ສົມບູນ, ສະນັ້ນ ງານ​ວຽງ​ຈັນ​ນານ​ຄັ້ງທີ 2 ຈຶ່ງ​ພະຍາຍາມ​ຂະຫຍາຍ​ຂອບ​ເຂດ​ຂອງ​ລາຍການ​ສະ​ແດງ ​ເພື່ອ​ໃຫ້​ກວມ​ເອົາ ຮູບ​ເງົາ​ຕ່າງໆ​ ຈາກ​ບັນດາ​ປະ​ເທດ​ເລົ່າ​ນີ້ ​ໃຫ້​ຫຼາຍ​ຂື້ນ. ອຸດ​ສະຫະ​ກຳ​ຮູບ​ເງົາ​ໃນ​ທະວີບອາຊີ​ຕາ​ເວັນ​ອອກ ​ແມ່ນ​ພວມ​ໄດ້​ຮັບ​ຄວາມ​ນິຍົມ ຊຶ່ງມັນສະ​ແດງ​ໃຫ້​ເຫັນ​ໃນຜົນສຳ​ເລັດທີ່​ຜ່ານ​ມາ ​ແລະ ຍັງ​ໄດ້​ຮັບ​ລາງ​ວັນ​ອັນ​ລ້ຳຄ່າ ກໍ່​ຄື​ລາງວັນປາມທອງຄຳ(Palme d’Or) ​ໃນ​ງານ​ມະຫະກຳຮູ​ບ​ເງົາ Cannes ຊຶ່ງ​ໄດ້​ມອບ​ໃຫ້​​ແກ່ ທ່ານ ອາ​ພິຊາດ​ພົງ ວີຣະ​ເສດ​ຕະກຸນ ຈາກ​ປະ​ເທດ​ໄທ ຈາກ​ຜົນ​ການ​ສ້າງຮູບ​ເງົາ​ຂອງ​ລາວ ຊຶ່​ເລື້ອງ ‘ລຸງ​ບຸນ​ມີ’. ນອກຈາກ​ນັ້ນ, ການວາງສະ​ແດງ​ໃນ​ລະດັບ​ສາກົນ ຍັງ​ຈະ​ເປີດ​ໂອກາດ​​ໃຫ້ ບັນດາ​ຜູ່​ເຂົ້າຢ້ຽມ​ຊົມ ​ໄດ້​ເຫັນ​ເຖິງ ຖ່ວງ​ທ່າ​ຂອງ​ອຸດ​ສະຫະ​ກຳ​ຮູບ​ເງົາ​ຂອງ​ປະ​ເທດ​ລາວ.

ຄວາມ​ຍືນ​ຍົງ​ໃນ​​ໄລຍະ​ຍາວ​ຂອງ​ຜົນສຳ​ເລັດ​ນັ້ນ ບໍ່​ສາມາດ​ສຳ​ເລັດ​ຜົນ​ໄດ້ ຖ້າວ່າ​ມີ​ພຽງ​ແຕ່​ຄົນ​ສອງ​ສາມ​ຄົນ ​ເຖິງ​ແມ່ນວ່າ ພວກ​ເຂົາມີ​ທັກ​ສະ ​ແລະ ຄວາມ​ຢາກ​ຮູ້​ຢາກ​ເຫັນ ​ໃນ​ການ​ສ້າງ​ຮູບ​ເງົາ ​ແລະ ການຈັດ​ງານ​ຕ່າງໆ ກໍ່ຕາມ. ກຸນ​​ແຈ​ສຳຄັນ​ຂອງ​ຜົນສຳ​ເລັດ ​ແມ່ນ​ການ​ພັດທະນາ​ຄວາມ​ອາດ​ສາມາດ ​ໂດຍ​ການ​ຖ່າຍ​ທອດ​ຄວາມ​ຮູ້ ​ແລະ ທັກ​ສະ​ໃຫ້​ແກ່​ຄົນ​ລາວ ຜູ້​ທີ່​ມີ​ຄວາມ​ມຸ້ງໝັ້ນໜັກ​ແໜ້ນ ຕໍ່​ກັບ​ອຸດ​ສະຫະ​ກຳ​ດ້ານ​ນີ້. ນັບ​ແຕ່​ນີ້​ຕໍ່​ໄປ, ການ​ເຂົ້າຮ່ວມ ​ແລະ ຄວາມ​ເປັນ​ເຈົ້າການ​ຂອງ​ຄົນ​ລາວ ຕໍ່​ກັບ​ງານ​ປະ​ເພດ​ດັ່ງກ່າວ ຈະ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ຂະ​ແໜງ​ການ​ຮູບ​ເງົາ​ໃນ​ປະ​ນາ​ຄົດ.

 

ຈຸດປະສົງ​ຂອງ​ງານ​ວຽງ​ຈັນ​ນານ

• ​ເພື່ອສາຍຮູບ​ເງົາ​ລາວ ​ແລະ ຮູ​ບ​ເງົາ​ສາກົນ​ ​ໃຫ້​ຜູ້​ຊົມຄົນ​ລາວ ​ແລະ ຊາວຕ່າງປະເທດ.

• ​ເພື່ອ​ເພີ້​ມພູນ ​ແລະ ສົ່ງ​ເສີມ ລັກສະນະ​ຂອງ ບັນດາ​ຜູ້​ສ້າງ​ຮູບ​ເງົາ​ລາວ ​ໃຫ້​ອອກ​ສູ່​ສາຍຕາ​ຂອງ​ຄົນ​ລາວ ​ແລະ ຂອງສາກົນ.

• ​ເພື່ອ​ແນະນຳ ​ແລະ ​ເຜີຍ​ແຜ່ ວັດທະນາ​ທຳ​ຮູບ​ເງົາ​ຂອງ​ລາວ ​ແລະ ສາກົນ ​ໃຫ້​ແກ່​ຜູ້​ຊົນມທັ່ງຄົນ​ລາວ ​ແລະ ຕ່າງປະເທດ.

• ​ເພື່ອ​ສະໜັບສະໜູນ ການ​ພັດທະນາ ຕົ້ນກຳ​ເນີ​ດ ​ແລະ ວັດທະນາ​ທຳ​ຂອງ​ຮູບ​ເງົາ​ລາວ.

• ​ເພື່ອ​ຊ່ວຍ​ໃນ​ການ​ພັດທະນາ ການຈັດ​ງານ​ເທດສະການ​ຮູບ​ເງົາ​ລາວ.

ສົ່ງຮູບເງົາປະເພດທົ່ວໄປ
ການ​ແຂ່ງຂັນຮູບ​ເງົາ​ເລື່ອງສັ້ນ
ການ​ແຂ່ງຂັນຮູບ​ເງົາປະ
ສະໜັບສະ​ໜູນ​ໂດຍ
Germanembassy
goethelogogruentif
euroflag USEmbassy BFL Swissembassy institutefrancais
dvvinternationalLogo
laotelecom UNlogoblueRGB1Mb Singaporelogo AustralianEmbassyVientiane1 Beerlaonewlogo DAAD1
ພາ​ຍ​ໃຕ້​ການ​ຮ່ວມ​ມື​ກັບ
Ministerium fAr Information und Kultur logolbf2 Padetclogo1 BDGLOGOSPOT1
ສ້າງໂດຍ:    -
ສົ່ງຮູບເງົາປະເພດທົ່ວໄປ ການ​ແຂ່ງຂັນຮູບ​ເງົາ​ເລື່ອງສັ້ນ ການ​ແຂ່ງຂັນຮູບ​ເງົາປະ und1logo180a